|
www.inlao.net is returning
ຫລັງຈາກ ອີນລາວ ໄດ້ຫາຍສາບສູນຈາກສາຍຕາພວກທ່ານໄປໄດ້ໄລຍະຍາວນື່ງ ເພື່ອປັບປຸງໃຫມ່ ແລະທັງເປັນການພັກຜ່ອນ ສະຫມອງ, ຄວາມຄິດຈິດໃຈຂອງທຸກຄົນ ມາບັດນີ້ ອີນລາວ II ກຳລັງຈະອອກມາຮັບໃຊ້ສັງຄົມລາວເຮົາອີກຄັ້ງນື່ງ. ສຳລັບທ່ານໃດທີ່ຍັງຫ່ວງໃຍ ແລະສົນໃຈຄວາມຄືບຫນ້າ ຂອງໂຄງການພັດທະນາ ອີນລາວ II ຂພຈ ຂໍລາຍງານແຜນການຫຍໍ້ໆ ດັ່ງນີ້.
ໂຄງການອີນລາວ ໃຊ້ເວລາດົນນານສຳລັບຜູ້ລໍຄອຍ ສ່ວນໂຕ ຂພຈ ໄດ້ໃຊ້ທຸກວິນາທີທີ່ວ້າງ ເພື່ອສ້າງຄວາມຄິດນີ້ໃຫ້ເປັນຮູບປະທັມ. ໂຄງການນີ້ບໍ່ໄດ້ສ້າງສະເພາະເວບໄຊອີນລາວ ແຕ່ຈະເປີດໂອກາດໃຫ້ແກ່ພວກທ່ານ ຜູ້ທີ່ມີຄວາມຄິດສ້າງສັນ ຈະສາມາດສ້າງຫລືເປັນເຈົ້າຂອງເວບໄຊ ທີ່ມີຮູບແບບດັ່ງດຽວເຊັ່ນເວບໄຊອີນລາວມີ.
ຂພຈ ຫວັງຢ່າງຍີ່ງວ່າ ຈະໄດ້ຮັບການຕ້ອນຮັບ ຈາກພວກທ່ານ ໃນໄວຯນີ້.
ປູນດຳ ທັມມະດາ
poundam@hotmail.com |